ພະແນກຄຸ້ມຄອງນັກສຶກສາ

ເຜີຍແຜ່ເມື່ອ ວັນພຸດ, 28 ກັນຍາ 2022

ພາລະບົດບາດ

ພະແນກຄຸ້ມຄອງນັກສຶກສາ ມີສໍານັກງານຕັ້ງຢູ່ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ, ເຊິ່ງເປັນພະແນກໜຶ່ງທີ່ເປັນອົງປະ​ກອບຂອງຄະນະສຶກສາສາດ​, ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ຈັດຕັ້ງພະແນກຂຶ້ນຕາມຂໍ້ຕົງລົງສະບັບເລກທີ 546/ສສ.ຈຕ ລົງວັນທີ 13​ ພຶດສະພາ 2001/ກຊ.ພະແນກຄຸ້ມຄອງນັກສຶກສາ ເປັນເສນາທິການໃຫ້ແກ່ຄະນະບໍດີ, ທັງເປັນຜູ້ປະສານງານກັບພາກວິຊາຕ່າງໆທັງພາຍໃນ ແລະ ພາຍນອກກຽມພ້ອມປະຕິບັດຕາມ 5 ຫຼັກມູນການສຶກສາ ພ້ອມທັງຕິດຕາມ,ກວດກາ ຊຸກຍູ້ທັງ 3 ໜ່ວຍງານຂອງພະແນກ ໃຫ້ເປັນເອກະພາບກັບພາກວິຊາ ເປັນຕົ້ນແມ່ນ ຄຸ້ມຄອງນັກສຶກສາໃຫ້ປະຕິບັດຕາມລະບຽບວິໄນ, ເບິ່ງແຍງສຸຂະພາບ ແລະ ສະຫວັດດີການຕ່າງໆ,ຄັດເລືອກນັກສຶກສາຮັບທຶນ, ຊຸກຍູ້ສົ່ງເສີມນັກສຶກສາທີ່ມີພອນສະຫວັນໃນແຕ່ລະດ້ານ,ຊຸກຍູ້ການຫຼິ້ນກີລາກາຍະກໍາ, ຮູ້ຈັກອະນຸລັກວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ຊ່ວຍເຫຼືອສັງຄົມ ເພື່ອໃຫ້ບັນລຸຜົນຕາມເປົ້າໝາຍ ເຊິ່ງຊີ້ນຳໂດຍກົງຈາກ ທ່ານ ຮອງຄະນະບໍດີ ຝ່າຍຄຸ້ມຄອງນັກສຶກສາ.

ໜ້າທີ່

1.ກິດຈະກໍານອກຫຼັກສູດ

  • ຈັດຕັ້ງກິດຈະກໍາຕ່າງໆເພື່ອສົ່ງເສີມນັກສຶກສາທີ່ມີພອນສະຫວັນທາງດ້ານກິລາກາຍະກໍາ, ສິລະປະດົນຕີ ແລະ ວັດທະນາທໍາອັນດີງາມຂອງຊາດ.
  • ເຜີຍແຜ່ຄວາມຮູ້ກ່ຽວກັບ ມາລະຍາດວັດທະນະທຳທາງສັງຄົມ, ສິລະປະ-ວັນນະຄະດີ, ບົດຟ້ອນ, ພິທິກອນ ແລະ ຂ່າວສານ.
  • ຊຸກຍູ້ສົ່ງເສີມໃຫ້ນັກສຶກສາຂອງຄະນະສຶກສາສາດ ໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອະນຸລັກ,ສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມຂອງບັນດາເຜົ່າຂອງຊາດລາວ.
  • ສົ່ງເສີມສິລະປະ-ວັດທະນາທໍາອັນດີງາມຂອງຊາດ ແລະ ກ້າວໜ້າຂຶ້ນໃຫ້ເທົ່າທຽມສາກົນ.

2.ສຶກສາອົບຮົມລະບຽບວິໄນ ແລະ ພັດທະນານັກສຶກສາ

  • ຈັດຕັ້ງສຶກສາອົບຮົມດ້ານແນວຄິດ-ການເມືອງ, ດ້ານຄຸນສົມບັດ ແລະ ລະບຽບກົດໝາຍໃຫ້ແກ່ ນັກສຶກສາພາຍໃນຄະນະສຶກສາສາດໃຫ້ເປັນພົນລະເມືອງດີຂອງຊາດ.
  • ຈັດຕັ້ງເຜີຍແຜ່ຂໍ້ກໍານົດກົດລະບຽບນັກສຶກສາ ແລະ ພະລະບົດບາດຂອງພາກສ່ວນທີ່ກ່ຽວຂ້ອງໃຫ້ນັກສຶກສາ ຄະນະສຶກສາສາດ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
  • ຕິດຕາມ ແລະ ກວດກາການປະຕິບັດກົດລະບຽບວິໄນນັກສຶກສາ ໃນຄະນະສຶກສາສາດ.
  • ປະຕິບັດວິໄນນັກສຶກສາຜູ້ທີ່ກະທໍາຜິດ.

3.ສະຫວັດດີການຂອງນັກສຶກສາ

  • ຊ່ວຍເຫຼືອນັກສຶກສາທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກ, ກໍາພ້າ, ກໍາພອຍ ໃຫ້ມີໂອກາດໄດ້ຮຽນຕໍ່ໃນມະຫາວິທະຍາໄລແຫ່ງຊາດ.
  • ຊຸກຍູ້-ສົ່ງເສີມນັກສຶກສາຜູ້ທີ່ຮຽນດີ, ຮຽນເກັ່ງ ແລະ ມີຄຸນສົມບັດດີເພື່ອໃຫ້ໄດ້ຮັບນະໂຍບາຍທຶນການສຶກສາ
  • ເຜີຍແຜ່ຂໍ້ມູນຂ່າວສານເພື່ອຊ່ວຍເຫຼືອນັກສຶກສາຜູ້ທີ່ຮຽນຈົບວິຊາສະເພາະໃຫ້ມີວຽກເຮັດງານທໍາ.
  • ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍໃຫ້ແກ່ນັກສຶກສາ ຜູ້ທີ່ເຈັບເປັນ, ປະສົບເຄາະຮ້າຍ, ເກີດອຸບັດຕິເຫດຕ່າງໆ ແລະ ເສຍຊີວິດ.
  • ຕິດຕາມ ແລະ ເກັບກໍາຂໍ້ມູນຂອງນັກສຶກສາທີ່ດໍາລົງຊີວິດຢູ່ໃນ ແລະ ນອກຫໍພັກ ມຊ. ນັກສຶກສາທີ່ດໍາລົງຊີວິດຢູ່ຫໍພັກ.