ປະຫວັດຄວາມເປັນມາ
ເຜີຍແຜ່ເມື່ອ ວັນຈັນ, 25 ເມສາ 2016
ຂຽນໂດຍ Super User
ຄະນະສຶກສາສາດ (ຂຽນຫຍໍ້ ຄສສ) ເປັນຄະນະວິຊາໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ, ສ້າງຕັ້ງຂຶ້ນໂດຍມາດຕາ 7 ຂອງດໍາລັດນາຍົກ ລັດຖະມົນຕີ ວ່າດ້ວຍມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 50/ ນຍ, ເດືອນ 11/1995.
ຄະນະສຶກສາສາດໄດ້ກໍ່ຮ່າງສ້າງຕົວຂຶ້ນຈາກບຸກຄະລາກອນ ແລະ ວັດຖຸອຸປະກອນຈຳນວນໜຶ່ງຂອງພະແນກຈິດຕະສາດ - ສຶກສາສາດ ມະຫາວິທະຍາໄລສ້າງຄູວຽງຈັນ.


