ພະແນກຈັດຕັ້ງ-ສັງລວມ

ເຜີຍແຜ່ເມື່ອ ວັນພຸດ, 28 ກັນຍາ 2022

ພາລະບົດບາດ

ພະແນກຈັດຕັ້ງ-ສັງລວມ ເປັນເສນາທິການໃຫ້ແກ່ຄະນະນຳຄະນະສຶກສາສາດໃນການຄຸ້ມຄອງພະນັກງານ-ລັດຖະກອນ,​ ການຄຸ້ມຄອງ ແລະ ບໍລິຫານວຽກງານເຄຫະ ແລະ ວຽກງານສັງລວມ ນອກນີ້ຍັງເປັນຜູ້ປະສານໃນການພົວພັນຮ່ວມມືລະຫວ່າງຄະນະນຳ ຄະນະສຶກສາສາດ ກັບພາກວິຊາ, ພະແນກ ແລະ 3 ໂຮງຮຽນສາທິດທີ່ຂຶ້ນກັບຄະນະສຶກສາສາດ ແລະ ເປັນຜູ້ປະສານງານໃຫ້ແກ່ຄະນະສຶກສາສາດກັບພາກສ່ວນພາຍນອກ.

 

ໜ້າທີ່

  • ສ້າງ ແລະ ສະຫຼຸບແຜນຍຸດທະສາດການພັດທະນາແຕ່ລະໄລຍະຂອງຄະນະສຶກສາສາດໂດຍສົມທົບກັບທຸກພາກ ສ່ວນພາຍໃຕ້ການຊີ້ນໍາຂອງຄະນະບໍດີ.
  • ສ້າງ ແລະ ສະຫຼຸບແຜນພັດທະນາປະຈຳອາທິດ, ເດືອນ, ປີ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
  • ຕິດຕາມ, ກວດກາແຜນຈັດຕັ້ງປະຕິບັດແຜນພັດທະນາປະຈຳອາທິດ, ເດືອນ, ປີ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
  • ຄຸ້ມຄອງ, ຈໍລະຈອນເອກະສານຂາເຂົ້າ-ຂາອອກ.
  • ຄຸ້ມຄອງ ແລະ ບໍລິຫານພາຫະນະສ່ວນລວມ ແລະ ອາຄານສະຖານທີ່ຂອງຄະນະສຶກສາສາດ.
  • ຂຶ້ນແຜນສ້ອມແປງ ບຳລຸງຮັກສາສຳນັກງານ, ອາຄານ, ສະຖານທີ່, ຫ້ອງຮຽນ, ອຸປະກອນຕ່າງໆຂອງຄະນະສຶກສາສາດ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
  • ຄຸ້ມຄອງວຽກງານປ້ອງກັນຄວາມສະຫງົບສຸກໃນເຂດຮັບຜິດຊອບຂອງຄະນະສຶກສາສາດ.
  • ເກັບກໍາ, ຄຸ້ມຄອງຂໍ້ມູນ ແລະ ສະຖິຕິພະນັກງານຂອງຄະນະສຶກສາສາດ.
  • ບໍລິຫານ ແລະ ຄຸ້ມຄອງວຽກງານນະໂຍບາຍ: ການເລື່ອນຊັ້ນ-ຂັ້ນ, ບັດປະກັນສຸຂະພາບຂອງພະນັກງານ, ເຂົ້າບໍານານ ແລະ ເຂົ້າບໍາເນັດຂອງພະນັກງານ, ຄົ້ນຄວ້າ ແລະ ສະເໜີນະໂຍບາຍຍ້ອງຍໍໃຫ້ພະນັກງານທີ່ມີຜົນງານດີເດັ່ນ,ສະເໜີຂໍເງິນອຸດໜູນໃຫ້ແກ່ພະນັກງານ, ປະຕິບັດວິໄນຕໍ່ພະນັກງານທີ່ລະເມີດກົດລະບຽບກົດໝາຍ ຕາມການຕົກລົງຂອງຂັ້ນເທິງ.
  • ອອກໜັງສືຢັ້ງຢືນພະນັກງານ, ໜັງສືນໍາສົ່ງພະນັກງານໄປເຄື່ອນໄຫວວຽກງານ (ເຝິກອົບຮົມ, ປະຊຸມ, ທັດສະນະ) ແລະ ຮໍ່າຮຽນຢູ່ພາຍໃນ ແລະ ຕ່າງປະເທດ.
  • ຈັດຕັ້ງການທາບທາມ, ການປະເມີນພະນັກງານ ລັດຖະກອນຕາມການແນະນໍາຂອງຂັ້ນເທິງ.
  • ປະສານງານການມາປະຕິບັດວຽກງານ, ການຄຸ້ມຄອງຂໍ້ມູນນັກສຶກສາ, ອາສາສະໝັກ ແລະ ຊ່ຽວຊານຕ່າງປະເທດຢູ່ໃນ ຄະນະສຶກສາສາດ.
  • ເປັນຜູ້ຮ່ວມຮ່າງບັນທຶກການປະຕິບັດງານຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສະເໜີຂໍອະນຸມັດຈາກຂັ້ນເທິງ ເຊັ່ນ: ການເຊັນ (MOD), (MOA), (MOU).
  • ເຜີຍແຜ່ນິຕິກຳທີ່ຕິດພັນກັບການຄຸ້ມຄອງພະນັກງານ.
  • ຮັບແຂກພາຍໃນ ແລະ ຕ່າງປະເທດຂອງຄະນະໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
  • ໃບກຽດຕິຄຸນໃຫ້ແກ່ບຸກຄົນ ຫຼື ພາກສ່ວນທີ່ມີຜົນງານດີເດັ່ນຕໍ່ກັບຄະນະສຶກສາສາດ.