Faculty of Education
  • Lao
  • English (UK)
  • ໜ້າຫຼັກ
  • ພາກວິຊາ
    • ພາກວິຊາຄູຈິດຕະວິທະຍາການສຶກສາ
    • ພາກວິຊາຄູວິທະຍາສາດທຳມະຊາດ
    • ພາກວິຊາຄູວິທະຍາສາດສັງຄົມ
    • ພາກວິຊາຄູພາສາລາວ-ວັນນະຄະດີ
    • ພາກວິຊາຄູພາສາຕ່າງປະເທດ
    • ພາກວິຊາບໍລິຫານການສຶກສາ
  • ພະແນກ
    • ພະແນກຈັດຕັ້ງ-ສັງລວມ
    • ພະແນກການເງິນ ແລະ ຊັບສິນ
    • ພະແນກບໍລິຫານວິຊາການ
    • ພະແນກການສຶກສາຫຼັງປະລິນຍາຕີ
    • ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
    • ພະແນກຄຸ້ມຄອງນັກສຶກສາ
  • ໂຮງຮຽນຂຶ້ນກັບ
    • ໂຮງຮຽນມັດທະຍົມສຶກສາສົມບູນສາທິດ
    • ໂຮງຮຽນປະຖົມສຶກສາສົມບູນສາທິດ
    • ເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດ
  • ຫຼັກສູດ
  • ການຮ່ວມມື
  • ຕິດຕໍ່

Login Form

Hello Welcome to Faculty of Education's website ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັນໄຊ ຄະນະສຶກສາສາດ

  • ສະໝັກສະມາຊິກ
  • ລືມຊື່ຜູ້ໃຊ້?
  • ລືມລະຫັດຜ່ານ?

ຂໍ້ມູນທົ່ວໄປ

  • ປະຫວັດຄວາມເປັນມາ
  • ວິໃສທັດ

ເຂົ້າສູ່ລະບົບ

ສະບາຍດີ ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ ຄະນະສຶກສາສາດ

  • ສະໝັກສະມາຊິກ
  • ລືມຊື່ຜູ້ໃຊ້?
  • ລືມລະຫັດຜ່ານ?

ຜູ້ເຂົ້າຊົມ

854260
Today
Yesterday
This Week
Last Week
This Month
Last Month
All days
141
162
1000
852333
141
4464
854260

Your IP: 34.238.189.240
2023-04-01 18:21
Visitors Counter

ກ່ຽວກັບ

  • ພິມ
  • ອີເມລ
ເຜີຍແຜ່ເມື່ອ ວັນຈັນ, 26 ກັນຍາ 2022
ຂຽນໂດຍ ແກ້ວມະນີ ມາກວິໄລ

ຄວາມເປັນມາຂອງຄະນະສຶກສາດ

   ຄະນະສຶກສາສາດ (ຂຽນຫຍໍ້: ຄສສ) ເປັນຄະນະວິຊາໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ, ໄດ້ຮັບການສ້າງຕັ້ງຂຶ້ນຕາມມາດຕາ 7 ຂອງດໍາລັດນາຍົກ ລັດຖະມົນຕີວ່າດ້ວຍມະຫາວິທະຍາໄລແຫ່ງຊາດສະບັບເລກທີ 50/ນຍ, ເດືອນ 11/1995. ຄະນະສຶກສາສາດໄດ້ກໍ່ຮ່າງສ້າງຕົວຂຶ້ນຈາກບຸກຄະລາກອນ ແລະ ວັດຖຸອຸປະກອນ ຈໍານວນໜຶ່ງຂອງພະແນກຈິດຕະສາດ - ສຶກສາສາດ ມະຫາວິທະຍາໄລສ້າງຄູວຽງຈັນ.

    ຄະນະສຶກສາສາດປະກອບມີ 6 ພາກວິຊາ, 6 ພະແນກ ແລະ 3 ໂຮງຮຽນທີ່ຂຶ້ນກັບຄື: ພາກວິຊາຄູຈິດຕະວິທະຍາການສຶກສາ, ພາກວິຊາການບໍລິຫານການສຶກສາ, ພາກວິຊາຄູວິທະຍາສາດທຳມະຊາດ, ພາກວິຊາຄູວິທະຍາສາດສັງຄົມ, ພາກວິຊາຄູພາສາຕ່າງປະເທດ, ພາກວິຊາຄູພາສາລາວ-ວັນນະຄະດີ, ພະແນກຈັດຕັ້ງ-ສັງລວມ, ພະແນກການເງິນ-ຊັບສິນ, ພະແນກບໍລິຫານວິຊາການ, ພະແນກການສຶກສາຫລັງປະລິນຍາຕີ, ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພະແນກຄຸ້ມຄອງນັກສຶກສາ, ມັດທະຍົມສຶກສາສົມບູນສາທິດ, ປະຖົມສຶກສາສົມບູນສາທິດ, ເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດ.

 

ພາລະບົດບາດ ແລະ ໜ້າທີ່ຂອງຄະນະສຶກສາສາດ

1)ການຈັດການຮຽນ-ການສອນ ແລະ ສຶກສາອົບຮົມ

-      ຈັດຕັ້ງສຶກສາອົບຮົມ ດ້ານການເມືອງ-ແນວຄິດ, ດ້ານຄຸນສົມບັດ ແລະ ລະບຽບກົດໝາຍ ໃຫ້ພະນັກງານ, ຄູ ແລະ ນັກສຶກສາພາຍໃນຄະນະສຶກສາສາດໃຫ້ເປັນພົນລະເມືອງດີຂອງຊາດ ແລະ ມີຈັນຍາບັນໃນວິຊາຊີບຄູ.

-      ຈັດຕັ້ງການຮຽນ-ການສອນໃນລະດັບ ການສຶກສາກ່ອນໄວຮຽນເຖິງມັດທະຍົມສຶກສາ.

-      ຈັດຕັ້ງການຮຽນ-ການສອນຫຼັັກສູດຄູລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.

2)ການຄົ້ນຄວ້າວິທະຍາສາດ

-      ຈັດຕັ້ງ ແລະ ດໍາເນີນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີທາງການສຶກສາ.

-      ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

3)ການບໍລິການວິຊາການໃຫ້ສັງຄົມ

-      ພັດທະນາຫຼັກສູດເຝິກອົບຮົມໃນສາຂາຕ່າງໆກ່ຽວກັບການສຶກສາ.

-      ຈັດຕັ້ງເຝິກອົບຮົມວິຊາຄູ.

-      ເປັນນັກວິຊາການ ແລະ ທີ່ປຶກສາທາງວິຊາການໃນຂະແໜງການທີ່ກ່ຽວຂ້ອງ.

4)ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ - ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ແລະ ກ້າວໜ້າຂອງໂລກ

-      ຈັດກິດຈະກໍາຕ່າງໆເພື່ອເຜີຍແຜ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.

-      ຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນ-ນັກສຶກສາ ແລະ ພະນັກງານຄູຂອງຄະນະສຶກສາສາດໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອະນຸຮັກ, ສົ່ງເສີມສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນບັນດາເຜົ່າ.

-      ຮັບເອົາ ແລະ ສົ່ງເສີມວັດທະນະທໍາອັນດີງາມ ແລະ ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ.

 5) ໂຄງຮ່າງການຈັດຕັ້ງ 

ລິຂະສິດ © 2023 Faculty of Education. ສະຫງວນລິຂະສິດ.
ຈູມລ່າ! ໂປຣແກຣມເຜີຍແຜ່ ພາຍໃຕ້ເງື່ອນໄຂ GNU General Public License.