ພາກວິຊາບໍລິຫານການສຶກສາ

ເຜີຍແຜ່ເມື່ອ ວັນຈັນ, 26 ກັນຍາ 2022

 

ພາລະບົດບາດ

-  ຈັດການຮຽນ-ການສອນ, ພັດທະນາຫຼັກສູດ ແລະ ສື່ການຮຽນ-ການສອນ.

-  ສົ່ງເສີມຫົວຄິດປະດິດສ້າງຂອງບຸກຄະລາກອນທາງການສຶກສາໃນການນຳໃຊ້ຄວາມຮູ້, ຄວາມສາມາດເຂົ້າໃນການບໍລິຫານວຽກງານ ແລະ ພັດທະນາທັກສະການບໍລິຫານຂອງບຸກຄະລາກອນທາງການສຶກສາໃຫ້ມີຄຸນນະພາບ.

-  ຊຸກຍູ້ ສົ່ງເສີມບຸກຄະລາກອນທາງການສຶກສາໃນການຍົກລະດັບວິຊາສະເພາະ ແລະ ການວິໄຈ.

-  ຍົກສູງປະສິດທິພາບໃນດ້ານວຽກງານກໍ່ສ້າງຊັບພະຍາກອນມະນຸດ, ຮູ້ນຳໃຊ້ທັກສະ ແລະ ເທັກນິກວິທະຍາສາດເຂົ້າໃນການບໍລິຫານໄດ້ເປັນຢ່າງດີ.

-  ພັດທະນາບຸກຄະລາກອນທາງການສຶກສາໃຫ້ມີຄວາມເປັນຜູ້ນຳ, ມີຈັນຍາບັນສູງຕໍ່ວິຊາຊີບ, ມີຄວາມສາມາດໃນການວາງແຜນ ແລະ ຈັດຕັ້ງປະຕິບັດຢ່າງມີຫົວຄິດປະດິດສ້າງ.

-  ຕິດຕາມ, ປະເມີນຜົນການຮຽນ-ການສອນ ແລະ ການປະຕິບັດວຽກງານ.

 

ໜ້າທີ່

1) ຈັດຕັ້ງການຮຽນ-ການສອນ ແລະ ສຶກສາອົບຮົມ

-    ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດຂອງຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ມະຕິຄສັ່ງຂອງຂັ້ນເທິງ.

-    ຈັດຕັ້ງສຶກສາອົບຮົມດ້ານແນວຄິດ-ການເມືອງ,ຄຸນສົມບັດ ແລະ ລະບຽບກົດໝາຍ ແກ່ຄູ-ອາຈານ ແລະ ນັກສຶກສາໃນພາກວິຊາການບໍລິຫານການສຶກສາໃຫ້ສອດຄ່ອງກັບ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງຊາດ.

-    ຈັດຕັ້ງການຮຽນ-ການສອນຕາມຫຼັກສູດ ແລະ ເປົ້າໝາຍການກໍ່ສ້າງນັກວິຊາການ ດ້ານການບໍລິຫານການສຶກສາ ໃຫ້ກາຍເປັນຜູ້ບໍລິຫານມືອາຊີບໃນອານາຄົດ.

-    ຊຸກຍູ້ ສົ່ງເສີມ ຄູ-ອາຈານ ຜະລິດສື່ການຮຽນ-ການສອນ.  

-    ຈັດຕັ້ງການຮ່ວມໂມງສອນ ແລະ ຖອດຖອນບົດຮຽນ.

-    ຈັດຕັ້ງເຝິກອົບຮົມກ່ຽວກັບການຈັດການຮຽນ-ການສອນໃຫ້ຄູອາຈານ. 

-    ວາງແຜນງານ, ໂຄງການກ່ຽວກັບວຽກງານວິຊາການ ແລະ ກິດຈະກຳຕ່າງໆ.

-    ປະເມີນ ແລະ ປັບປຸງຫຼັກສູດການຮຽນ-ການສອນໃນແຕ່ລະໄລຍະຕາມແຜນພັດທະນາດ້ານວິຊາການຂອງຄະນະສຶກສາສາດ.

-    ສ້າງ ແລະ ພັດທະນາຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ.

 

2) ຈັດຕັ້ງຄົ້ນຄວ້າວິທະຍາສາດ

-    ຊຸກຍູ້ ສົ່ງເສີມໃຫ້ຄູ-ອາຈານ ເຮັດການຄົ້ນຄວ້າວິທະຍາສາດໃນຫ້ອງຮຽນ.

-    ຈັດຕັ້ງຄົ້ນຄວ້າວິທະຍາສາດ ແລະ ພັດທະນານະວັດຕະກຳການຮຽນ-ການສອນ.

-    ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ, ການນຳໃຊ້ນະວັດຕະກຳເຂົ້າໃນການປັບປຸງຄຸນນະພາບການຮຽນ-ການສອນ.

 

3) ການບໍລິການວິຊາການໃຫ້ແກ່ສັງຄົມ

   ສົ່ງເສີມພະນັກງານຄູ-ອາຈານ ໃຫ້ການບໍລິການວິຊາການໃຫ້ແກ່ສັງຄົມ.

 

4)ປົກປັກຮັກສາ ແລະ ສົ່ງເສີມສິລະປະ-ວັດທະນາທໍາຂອງຊາດ

-    ຊຸກຍູ້ ສົ່ງເສີມພະນັກງານ, ຄູ-ອາຈານ ແລະ ນັກສຶກສາໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການອານຸລັກ,ສົ່ງເສີມສິລະປະ-ວັດທະນະທໍາ ແລະ ຮິດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.

-    ຈັດກິດຈະກໍາຕ່າງໆ ເພື່ອສົ່ງເສີມ ແລະ ເຜີຍແຜ່ສິລະປະວັດທະນະທໍາ ແລະ ຮິດຄອງປະເພນີ ອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ ໃຫ້ກວ້າງຂວາງ.

ຮັບເອົາ ແລະ ສົ່ງເສີມສິລະປະ-ວັດທະນະທໍາອັນດີງາມ ແລະ ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ.