ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ
ຂໍ້ກຳນົດ
ໜ້າທີ່ແລະຂອບເຂດສິດຂອງພະແນກຄົ້ນຄວ້າວິທະຍາສາດ
ພະແນກຄົ້ນຄວ້າວິທະຍາສາດມີຫ້ອງການຕັ້ງຢູ່ຫ້ອງ E9 ພະແນກຄົ້ນຄວ້າວິທະຍາສາດປະກອບດ້ວຍ 2 ໜ່ວຍງານ ຄື: ໜ່ວຍງານສົ່ງເສີມແລະຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ໜ່ວຍງານຄຸ້ມຄອງການບໍລິການວິຊາການ
I. ສະຖິຕິພະນັກງານ, ຄູ-ອາຈານ
ຕາຕະລາງ: ສະຖິຕິລວມພະນັກງານ, ຄູ-ອາຈານແຍກຕາມລະລະດັບວິຊາສະເພາະ
| ລ/ດ | ຊື່ແລະນາມສະກຸນ | ປະລິນຍາ | ສາຂາ | ວ.ດ.ປ ຈົບ | ຈົບຈາກ |
| 1 | ປອ.ໜຽວ ສີລາວົງ | ເອກ |
ການບໍລິຫານແລະ ພັດທະນາການສຶກສາ |
08.04.2009 |
ມະຫາວິທະຍາໄລ ມະຫາສາຣະຄາມ ປະເທດໄທ |
| 2 | ປອ.ບຸນຊູ ໄຊຍະສອນ | ເອກ | ຍຸດທະສາດການຈັດການຮຽນຮູ້ | 29.03.2016 |
ມະຫາວິທະຍາໄລລາຊພັດ ອຸດອນທານີ ປະເທດໄທ |
| 3 | ປທ.ຄຳເຜີຍ ພິພັກຂະວົງ | ໂທ | ວິໄຈການສຶກສາ | 29.12.2007 |
ມະຫາວິທະຍາໄລ ບູຣະພາ ປະເທດໄທ |
| 4 | ປທ.ຄຳເມິງ ສີບຸນເຮືອງ | ໂທ | ຫຼັກສູດແລະການສອນ | 11.11.2010 |
ມະຫາວິທະຍາໄລ ບູຣະພາ ປະເທດໄທ |
| 5 | ປທ.ວັນນະສຸກ ບົວສັງທອງ | ໂທ | ສຶກສາສາດ | 17.12.2014 |
ມະຫາວິທະຍາໄລ ຟະລິນເດີ |
| 6 | ປອ.ສອນເພັດ ສີຫະລາດ | ເອກ | ເຕັກໂນໂລຊີການສຶກສາ | 21.09.2017 |
ມະຫາວິທະຍາໄລ ບູຣະພາ ປະເທດໄທ |
II. ໜ້າທີ່ແລະຂອບເຂດສິດຂອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ
ພະແນກຄົ້ນຄວ້າວິທະຍາສາດເປັນໜ່ວຍງານການຈັດຕັ້ງໜຶ່ງ ເປັນເສນາທິການຂອງຄະນະສຶກສາສາດ ທີ່ເຮັດບົດບາດສົ່ງເສີມການຄົ້ນຄວ້າວິທະຍາສາດກ່ຽວກັບການຈັດການຮຽນ-ການສອນ, ການປະຕິບັດແຜນພັດທະນາການສຶກສາ (ທັງພາຍໃນແລະພາຍນອກຄະນະສຶກສາສາດ). ພະແນກຄົ້ນຄວ້າວິທະຍາສາດ ຍັງມີບົດບາດສຳຄັນໜຶ່ງຄື: ໃນນາມຄະນະສຶກສາສາດເຮັດບົດບາດການພົວພັນແລະປະຕິບັດການຮ່ວມມືເຮັດການວິໄຈກັບອົງການຈັດຕັ້ງສາກົນ ທັງພາຍໃນແລະຕ່າງປະເທດທີ່ມີການເຊັນສັນຍາຫຼືຄຳຮ້ອງຂໍຄວາມຮ່ວມມື ໂດຍໄດ້ຮັບການອະນຸຍາດແລະເຫັນດີເຫັນພ້ອມຈາກຄະນະບໍດີຄະນະສຶກສາສາດ.
1. ໜ້າທີ່ແລະຂອບເຂດສິດຂອງຫົວໜ້າພະແນກ.
1.1 ສ້າງແຜນການເຄື່ອນໄຫວວຽກງານຄົ້ນຄວ້າວິທະຍາສາດແລະບໍລິການວິຊາການຂອງຄະນະວິຊາໃນແຕ່ລະ ສົກຮຽນໂດຍສົມທົບກັບພາກວິຊາຕ່າງໆເພືອຈັດຕັ້ງປະຕິບັດແຜນການໃຫ້ປາກົດຜົນເປັນຈິງຢ່າງເປັນຂະບວນການມີ ຄຸນນະພາບສູງ.
1.2 ສັງລວມແລະສະເໜີຂໍການພິຈາລະນາຫົວຂໍ້ໃນການຄົ້ນຄວ້າວິທະຍາສາດຂອງອາຈານ.
1.3 ຈັດຕັ້ງກອງປະຊຸມສຳມະນາວິຊາການ ເພື່ອຄັດເລືອກຫົວຂໍ້ຄົ້ນຄວ້າແລະກອງປະຊຸມສຳມະນາເພື່ອຜົນ ສຳເລັດຂອງການຄົ້ນຄວ້າວິທະຍາສາດຂອງອາຈານແລະອອກວາລະສານທາງວິຊາການປະຈຳສົກຮຽນ.
1.4 ຄຸ້ມຄອງການຈັດຕັ້ງປະຕິບັດການຄົ້ນຄວ້າແລະການບໍລິການວິຊາການຕາມຂໍ້ກຳນົດຂອງມະຫາວິທະຍາໄລ ແຫ່ງຊາດ, ວາງລະບຽບການພາຍໃນສຳລັບການຄົ້ນຄວ້າວິທະຍາສາດແລະການບໍລິການວິຊາການຂອງ ຄະນະວິຊາ.
1.5 ຕິດຕໍ່ພົວພັນພາກສ່ວນຕ່າງໆທັງພາຍໃນແລະຕ່າງປະເທດເພື່ອຊອກແຫຼ່ງທຶນເຂົ້າໃນການຄົ້ນຄວ້າ ວິທະຍາສາດ ບໍລິການວິຊາການແລະເຝິກອົບຮົມຕາມຄວາມເໝາະສົມ.
1.6 ສະຫຼຸບສັງລວມ, ປະເມີນບັນດາໂຄງການຄົ້ນຄວ້າວິທະຍາສາດແລະການບໍລິການວິຊາການຂອງອາຈານ ໃນຄະນະສຶກສາສາດປະຈຳພາກຮຽນ, ສົກຮຽນແລ້ວລາຍງານຕໍ່ຄະນະບໍດີ.
1.7 ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະບໍດີ.
2. ໜ້າທີ່ແລະຂອບເຂດສິດຂອງຮອງຫົວໜ້າພະແນກ.
ຊ່ວຍຫົວໜ້າພະແນກຮັບຜິດຊອບໜ່ວຍວຽກງານຝ່າຍຕ່າງໆຕາມການມອບໝາຍ, ກໍລະນີຫົວໜ້າບໍ່ຢູ່ຮອງຫົວໜ້າພະແນກຜູ້ທີ່ຖືກມອບໝາຍຢ່າງມີລາຍລັກອັກສອນມີສິດບໍລິຫານວຽກງານຂອງພະແນກ.
III. ໂຄງຮ່າງການຈັດຕັ້ງ
ໂດຍອີງຕາມໜ້າທີ່ແລະຂອບເຂດສິດທີ່ໄດ້ກ່າວມາຂ້າງນັ້ນ, ພະແນກຄົ້ນຄວ້າວິທະຍາສາດສະແດງອອກ ດັ່ງລຸ່ມນີ້:

ກ. ໜ້າທີ່ແລະຂອບເຂດສິດຂອງຫົວໜ້າໜ່ວຍງານສົ່ງເສີມແລະຄຸ້ມຄອງການຄົ້ນຄວ້າວິທະຍາສາດ
1. ຂຽນໂຄງການວິໄຈແລະແຜນດຳເນີນການວິໄຈ
2. ສຶກສາແລະກຳນົດໜ້າວຽກລະອຽດໃນການປະຕິບັດແຜນການວິໄຈຢ່າງຊັດເຈນພ້ອມກັບມອບໝາຍ ວຽກງານດັ່ງກ່າວໃຫ້ສະມາຊິກໜ່ວຍງານຮັບຜິດຊອບ.
3. ບັນທຶກຜົນງານທີ່ສະມາຊິກສາມາດເຮັດໄດ້ສຳເລັດໜ້າທີ່ມອບໝາຍເພື່ອສະເໜີໃນກອງປະຊຸມພະແນກ ຍ້ອງຍໍຊົມເຊີຍຫຼືໃຊ້ເປັນບ່ອນອີງໃນການຄັດເລືອກຕົວເດັ່ນຫຼືຈັດປະເພດພະນັກງານດີເດັ່ນປະຈຳພາກຮຽນຫຼືປະຈຳປີ.
4. ຮັບປະຕິບັດວຽກງານອື່ນໆທີ່ຮອງຫົວໜ້າພະແນກຫຼືມະຕິຕົກລົງຂອງກອງປະຊຸມພະແນກມອບໝາຍໃຫ້ ຕາມຄວາມຕ້ອງການຂອງວຽກນັ້ນໆ.
5. ມີໜ້າທີ່ແບ່ງງານໃຫ້ສະມາຊິກໃນໜ່ວຍງານຂອງຕົນຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍ ໃຫ້ໜ່ວຍງານຮັບຜິດຊອບ.
ຂ. ໜ້າທີ່ແລະຂອບເຂດສິດຂອງຫົວໜ້າໜ່ວຍງານຄຸ້ມຄອງການບໍລິການວິຊາການ.
1. ສ້າງແຜນເຜີຍແຜ່ຜົນງານວິໄຈໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ (ຂຶ້ນງົບປະມານ, ເຊີນຜູ້ເຂົ້າຮ່ວມ, ກຳນົດເວລາການຈັດຕັ້ງເຜີຍແຜ່, ປະສານກັບບຸກຄົນທີ່ກ່ຽວຂ້ອງ (ທີມງານວິໄຈ) ແລະວຽກງານອື່ນໆທີ່ກ່ຍວຂ້ອງກັບກອງປະຊຸມເຜີຍແຜ່).
2. ຮັບແລະຕອບຈົດໝາຍ, ສຶກສາແລະຮ່າງລະບຽບການຫຼືຂໍ້ກຳນົດຕ່າງໆທີ່ກ່ຽວກັບການພົວພັນກັບອົງການ ຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີການຮ່ວມມືເຮັດການວິໄຈກັບພະແນກ.
3. ຄົ້ນຄວ້າເອກະສານກ່ຽວກັບການຂໍຕຳແໜ່ງວິຊາການຂອງຄູ-ອາຈານ, ສຶກສາຂໍ້ມູນຂອງອາຈານທີ່ຂໍ ຕຳແໜ່ງວິຊາການ.
4. ບໍລິການກອງປະຊຸມຂອງຄະນະກຳມະການຄັດເລືອກຕຳແໜ່ງວິຊາການຂັ້ນຄະນະສຶກສາສາດພ້ອມກັບຈັດ ລະບຽບການຮັກສາເອກະສານຂໍຕຳແໜ່ງວິຊາການ ເພື່ອສົ່ງໃຫ້ກອງປະຊຸມຄັດເລືອກຕຳແໜ່ງວິຊາການຂັ້ນມະຫາ ວິທະຍາໄລ.
5. ມີໜ້າທີ່ແບ່ງງານທີ່ສະມາຊິກໃນໜ່ວຍງານຂອງຕົນຮັບຜິດຊອບປະຕິບັດໜ້າທີ່ວຽກງານທີ່ໜ່ວຍງານຮັບ ຜິດຊອບ.


