ໜຽວ ສີລາວົງ
ເຜີຍແຜ່ເມື່ອ ວັນອາທິດ, 18 ກຸມພາ 2018
ຂຽນໂດຍ ແກ້ວມະນີ ມາກວິໄລ

ໜຽວ ສີລາວົງ
ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ
ສັງກັດ: ພະແນກ ຄົ້ນຄວ້າວິທະຍາສາດ
ຂໍ້ມູນຕິດຕໍ່
Tel: + 856-20-22020569
E-mail: This email address is being protected from spambots. You need JavaScript enabled to view it.
ປະສົບການ: 38 ປີ
ວິຊາທີ່ສອນ
- ພາວະຜູ້ນຳຜູ້ບໍລິຫານມືອາຊີບ
- ປັດຊະຍາທາງການສຶກສາ
- ການວິໄຈເພື່ອພັດທະນາການຮຽນການສອນ
- ສຳມະນາປະເດັນ ແລະ ທິດທາງການບໍລິຫານການສຶກສາ
ການສຶກສາ
- [ປຕ] ຈິດຕະ-ສຶກສາ (1990) ຈົບຈາກ: ວິທະຍາໄລສ້າງຄູວຽງຈັນ(ດົງໂດກ)
- [ປທ]ບໍລິຫານການສຶກສາ ຈົບຈາກ: ມະຫາວິທະຍາໄລບູລະພາປະເທດໄທ.
- [ປອ] ການບໍລິຫານ ແລະ ພັດທະນາການສຶກສາ ຈົບຈາກ: ມະຫາວິທະຍາໄລ ມະຫາສາລະຄາມປະເທດໄທ.
ຕຳລາ
- ສໍາມະນາປະເດັນ ແລະ ທິດທາງໃນການບໍລິຫານການສຶກສາ.
- ການວິໄຈພາກປະຕິບັດ
- ການວິໄຈເພື່ອພັດທະນາການຮຽນ-ການສອນ.
- ພາວະຜູ້ນຳຜູ້ບໍລິຫານມືອາຊີບ
ການຄົ້ນຄວ້າທີ່ສົນໃຈ (Research Interest)
- ການບໍລິຫານການສຶກສາ
- ຄວາມສາມາດຂອງຜູ້ບໍລິຫານການສຶກສາ
- ການພັດທະນາຄູດ້ານການວິໄຈໃນຊັ້ນຮຽນ
- ການພັດທະນາບຸກຄະລາກອນທາງການສຶກສາດ້ານການວິໄຈໃນຫ້ອງຮຽນ
- ການພັດທະນາການບໍລິຫານວຽກງານວິຊາການ
ຜົນງານການຄົ້ນຄວ້າວິທະຍາສາດແລະ ທີ່ກຳລັງຄົ້ນຄວ້າ
- ການວິໄຈດ້ານການປະຕິບັດງານ: ຫົວຂໍ້ ກຳລັງຄວາມສາມາດຂອງສະຖາບັນສ້າງຄູ. ປີ 2006.
- ການສຶກສາການຈັດການຮຽນ-ການສອນ ຂອງຄູ-ອາຈານໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລຄູ 5 ແຫ່ງ ທົ່ວປະເທດ. ປີ 2011.
- ສຶກສາຄ່ານິຍົມຂອງນັກຮຽນມັດທະຍົມປາຍ ມ.7 ທີ່ມີຕໍ່ການເລືອກຮຽນ. ມະຫາວິທະຍາໄລ, ຄະນະ ແລະ ສາຂາວິຊາໃນມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໃນ ສປປ ລາວ. ປີ 2013.
- ສຶກສາລະດັບການປະຕິບັດການຈັດການຮຽນ-ການສອນ ຂອງຄູພາສາລາວ-ວັນນະຄະດີ ໃນຄະນະສຶກສາສາດ ແລະ ວິທະຍາໄລຄູ ໃນ ສປປ ລາວ. ປີ 2015.
- ຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູສອນ ໃນໂຮງຮຽນມັດທະຍົມຕອນປາຍແຫ່ງຕ່າງໆທີ່ມີຕໍ່ຄຸນລັກສະນະຂອງນັກສຶກສາເຝິກຫັດວິຊາຊີບຄູ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ປີ 2017.
- ການຈັດການຮຽນ-ການສອນວິຊາວິທີສິດສອນ1 ໂດຍໃຊ້ຮູບແບບການຮູ້ແບບກຸ່ມຮ່ວມມື STAD ສຳລັບນັກສຶກສາປີທີ3 ສາຂາຄູປະຫວັດສາດ ພາກວິຊາຄູວິທະຍາສາດສັງຄົມ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ປີ 2017.
ຫົວຂໍ້ນຳພາວິທະຍານິພົນທີ່ຜ່ານມາ
- ສຶກສາສະພາບແວດລ້ອມທາງການຮຽນ-ການສອນໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ.
- ການບໍລິຫານວຽກງານວິຊາການໃນຄະນະປ່າໄມ້ ມະຫາວິທະຍາໄລແຫ່ງຊາດ.
- ຄວາມເພິ່ງພໍໃຈ ຂອງນັກສຶກສາຕໍ່ການບໍລິຫານວຽກງານວິຊາການ ໃນວິທະຍາໄລເອກະຊົນ: ກໍລະນີສຶກສາ ວິທະຍາໄລສຸກສະຫວັດ ນະຄອນຫຼວງວຽງຈັນ.
- ການບໍລິຫານບຸກຄະລາກອນຂອງສູນກາງສະຫະພັນແມ່ຍິງລາວ.
- ການບໍລິຫານບຸກຄະລາກອນຂອງຄູໂຮງຮຽນມັດທະຍົມໃນນະຄອນຫຼວງວຽງຈັນ.
- ການນຳໃຊ້ວິທີສອນແບບ STAD ເຂົ້າໃນການຮຽນ-ການສອນ ວິຊາພາສາລາວເລື່ອງການຂຽນພາສາລາວສຳລັບນັກຮຽນຂັ້ນ ມ.5 ໂຮງຮຽນມັດທະຍົມສຶກສາສົມບູນຍົມມະລາດ ແຂວງຄຳມ່ວນ.
- ການນຳໃຊ້ວິທີສອນແບບຮ່ວມມືເຕັກນິກ STAD ເຂົ້າໃນການຮຽນ-ການສອນ ວິຊາຫຼັກການສອນຄູປະຖົມ ສຳລັບນັກສຶກສາລະບົບ 12+2 ປີທີ1 ສາຍຄູປະຖົມ ທີ່ວິທະຍາໄລຄູ ຫຼວງພະບາງ ສົກຮຽນ 2013-2014.
- ການບໍລິຫານຈັດການນິເທດພາຍໃນໂຮງຮຽນມັດທະຍົມຕອນຕົ້ນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
- ການບໍລິຫານບຸກຄະລາກອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
- ການມີສ່ວນຮ່ວມຂອງຊຸມຊົນຕໍ່ການຈັດການສຶກສາຂອງໂຮງຮຽນມັດທະຍົມເມືອງລ້ອງຊານ ແຂວງໄຊສົມບູນ.
- ສຶກສາຄວາມເພິ່ງພໍໃຈ ຂອງຜູ້ໃຊ້ບໍລິການໂຮງໝໍເຊດຖາທິຣາດ ນະຄອນຫຼວງວຽງຈັນ.
- ການບໍລິຫານວິຊາການຂອງວິທະຍາໄລສົງ ໃນ ສປປ ລາວ.
- ການນຳໃຊ້ຫຼັກການຄຸ້ມຄອງທີ່ດີໃນການບໍລິຫານຂອງຜູ້ບໍລິຫານໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
- ການປະເມີນຫຼັກສູດ ສາຂາ ບໍລິຫານທຸລະກິດ ຊັ້ນສູງ ຂອງວິທະຍາໄລຄອມບິຊ ບໍລິຄຳໄຊ ໂດຍການນຳໃຊ້ຮູບແບບ ຂອງ TYLER.
- ການນຳໃຊ້ວິທີສອນແບບ KWL-PLUS ເຂົ້າໃນການຮຽນ-ການສອນ ວິຊາພື້ນຖານພາສາຈີນ ໃນຫ້ອງເທີມ 2 ຂອງນັກສຶກສາສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ.
- ການນຳໃຊ້ການສອນຮູບແບບ (CIPPA Model) ເຂົ້າໃນການຮຽນ-ການສອນ ວິຊາ ເຄມີສາດຊັ້ນ ມ.4 ໂຮງຮຽນມັດທະຍົມສຶກສາສົມບູນຕານມີໄຊ ນະຄອນຫຼວງວຽງຈັນ.
- ປັດໃຈທີ່ສົ່ງຜົນຕໍ່ປະສິດທິພາບໃນການບໍລິຫານວຽກງານວິຊາການ ຂອງໂຮງຮຽນມັດທະຍົມສຶກສາ ໃນເມືອງສີສັດຕະນາກ ໃນນະຄອນຫຼວງວຽງຈັນ.
- ຮູບແບບພາວະຜູ້ນຳຂອງຜູ້ບໍລິຫານໂຮງຮຽນມັດທະຍົມສຶກສາ ໃນເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
- ຄວາມຕ້ອງການພັດທະນາຂອງບຸກຄະລາກອນ ໃນໂຮງຮຽນມັດທະຍົມສຶກສາສົມບູນ ເມືອງຄຳ ແຂວງຊຽງຂວາງ
- ການສົ່ງເສີມພູມປັນຍາທ້ອງຖິ່ນກ່ຽວກັບຫັດຖະກຳເຈ້ຍປໍສາບ້ານຊ່າງຄ້ອງ ເມືອງຫຼວງພະບາງ ແຂວງຫຼວງພະບາງ.
- ການຈັດການຮຽນ-ການສອນ ວິຊາ ຄະນິດສາດກ່ຽວກັບເນື້ອທີ່ຂອງຮູບເລຂາໜ້າພຽງ ໂດຍນຳໃຊ້ການສອນແບບຄົ້ນພົບ ຊັ້ນປະຖົມສຶກສາ ປ.5 ທີ່ໂຮງຮຽນປະຖົມສົມບູນອຸດົມສິນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ.
- ຄວາມເພິ່ງພໍໃຈຂອງນັກສຶກສາຕໍ່ການຈັດການຮຽນ-ການສອນ ໃນຄະນະພາສາສາດ ມະຫາວິທະຍາໄລ ສະຫວັນນະເຂດ.
- ການບໍລິຫານວຽກງານກິດຈະການນັກສຶກສາ ຂອງມະຫາວິທະຍາໄລ ສະຫວັນນະເຂດ.
- ການມີສ່ວນຮ່ວມຂອງປະຊາຊົນໃນການສ້າງບ້ານພັດທະນາ ໄປຕາມທິດ 3 ສ້າງ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
- ການມີສ່ວນຮ່ວມຂອງຊຸມຊົນ ໃນການພັດທະນາໂຮງຮຽນມັດທະຍົມສຶກສາສົມບູນດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
- ການນຳໃຊ້ວິທີສອນແບບ TGT ເຂົ້າໃນການຮຽນ-ການສອນ ວິຊາ ພາສາລາວກ່ຽວກັບການອ່ານ ແລະ ການຂຽນ ຂັ້ນ ປ. 4 ທີ່ໂຮງຮຽນປະຖົມສົມບູນອຸດົມສິນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ.


